1. ປະຕິບັດກົດໝາຍ, ດຳລັດ, ນິຕິກຳອື່ນຂອງຂັ້ນເທິງ ແລະ ນິຕິກຳຕ່າງໆຂອງກະຊວງກະສິກຳ ແລະ ປ່າໄມ້;
2. ຄົ້ນຄວ້າ, ເຊື່ອມຊຶມ ຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ມາເປັນແຜນງານ ແລະ ໂຄງການສະເພາະຂອງຕົນ ພ້ອມທັງຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ; ຄົ້ນຄວ້ານໍາສະເໜີ, ສ້າງ, ປັບປຸງ ນິຕິກໍາ, ລະບຽບການນຳໃຊ້, ການຄຸ້ມຄອງ ແລະ ສະຫງວນໄວ້ທີ່ດິນກະສິກຳບໍ່ໃຫ້ຫັນປ່ຽນ ໄປເປັນທີ່ດິນປະເພດອື່ນ ພ້ອມທັງຈັດຕັ້ງການໂຄສະນາ, ເຜີຍແຜ່ນິຕິກໍາ ອອກສູ່ສັງຄົມຢ່າງທົ່ວເຖິງ;
3. ສຸມທຸກກຳລັງແຮງ ເພື່ອຊຸກຍູ້ ສົ່ງເສີມການຜະລິດສະບຽງອາຫານໃຫ້ພຽງພໍ ເພື່ອຄ້ຳປະກັນ ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ, ມີວັດຖຸດິບປ້ອນໂຮງງານປຸງແຕ່ງ, ມີຜົນຜະລິດກະສິກໍາສົດ, ສະອາດ ແລະ ປອດໄພ ເພື່ອຊົມໃຊ້ພາຍໃນທົດແທນການນຳເຂົ້າ;
4. ຍູ້ແຮງການຜະລິດກະສິກໍາ ແລະ ປ່າໄມ້ ເປັນສິນຄ້າແບບຫຼາກຫຼາຍ ໂດຍມີການກໍານົດ ເຂດການຜະລິດຕິດພັນກັບການປຸງແຕ່ງ ແລະ ການຕະຫຼາດ ຂອງທ້ອງຖິ່ນ ແລະ ເຂດແຄວ້ນ, ຊຸກຍູ້ການພັດທະນາວິສາ ຫະກິດ, ຟາມ, ຄອບຄົວຕົວແບບ ໃນການຜະລິດສິນຄ້າກະສິກຳ, ສະອາດ, ທີ່ເປັນທ່າແຮງໄດ້ປຽບ ເພື່ອສົ່ງອອກຕ່າງປະເທດ ໂດຍສອດຄ່ອງກັບມາດຕະຖານ ສຸຂານາໄມ ພືດ ແລະ ສັດ ຂອງປະເທດຄູ່ຄ້າ;
5. ເລັ່ງຈັດບຸລິມະສິດ ສໍາຫຼວດ, ສຶກສາຈໍາແນກ, ປະເມີນຄຸນນະພາບ ແລະ ຄວາມເໝາະສົມຂອງດິນກະສິກໍາ ຕໍ່ການປູກພືດຊະນິດຕ່າງໆ ເພື່ອກໍານົດແບ່ງເຂດການຜະລິດ (ເຂດປູກ, ເຂດລ້ຽງ) ເປັນຕົ້ນເຂດປູກພືດອຸດສາຫະກໍາ, ເຂດປູກພືດສະບຽງ, ເຂດປູກເຂົ້າ, ເຂດປູກໄມ້ໃຫ້ໝາກ, ເຂດປູກໄມ້ເສດຖະກິດ, ເຂດປູກພືດອາຫານສັດ, ເຂດລ້ຽງສັດໃຫຍ່ ຕາມແລວທາງລົດໄຟລາວ-ຈີນ ແລະ ແລວທາງເສດຖະກິດ ເພື່ອຮັບໃຊ້ການລົງທຶນ ແລະ ວາງແຜນຊຸກຍູ້ ສົ່ງເສີມການຜະລິດພາຍໃນ ທົດແທນການນໍາເຂົ້າ ແລະ ການຜະລິດເພື່ອສົ່ງອອກ;
6. ກຳນົດແບ່ງເຂດທີ່ດິນກະສິກໍາ ໃນເນື້ອທີ່ 4,5 ລ້ານເຮັກຕາ, ວາງແຜນນໍາໃຊ້ທີ່ດິນກະສິກໍາ ພ້ອມທັງສ້າງແຜນທີ່ຂ່າວສານດິນກະສິກໍາ ແລະ ປັກຫຼັກໝາຍເຂດດິນ ທີ່ຕ້ອງສະຫງວນໄວ້ ເພື່ອການຜະລິດກະສິກໍາ, ສ້າງຖານຂໍ້ມູນ ແລະ ອອກໃບຢັ້ງຢືນການນໍາໃຊ້ດິນກະສິກໍາ;
7. ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາໂຮງງານຜະລິດຝຸ່ນຊີວະພາບ, ຝຸ່ນອົງຄະທາດ ແລະ ໂຮງງານຝຸ່ນວິທະຍາສາດ; ສ້າງແຜນການດຸນດ່ຽງຝຸ່ນ ໃນຂອບເຂດທົ່ວປະເທດ;
8. ຄົ້ນຄວ້າ, ທົດລອງ ແລະ ສາທິດຮູບແບບການນຳໃຊ້ທີ່ດິນກະສິກໍາ, ການນໍາໃຊ້ຝຸ່ນຕ່າງໆ ໃຫ້ຖືກຕ້ອງກັບສະພາບຂອງດິນ ຢູ່ໃນແຕ່ລະເຂດການຜະລິດ, ກວດກາ ຕິດຕາມການນໍາໃຊ້ຝຸ່ນ;
9. ບໍລິການວິໄຈດິນ, ຝຸ່ນ, ພືດ ແລະ ນໍ້າ ເພື່ອການຄົ້ນຄວ້າ ການຜະລິດກະສິກໍໍາ ໃຫ້ພາກສ່ວນຕ່າງໆ ທັງພາກລັດ, ຜູ້ປະກອບການ ແລະ ຊາວກະສິກອນ;
10. ຕິດຕາມ, ກວດກາ ການນໍາໃຊ້, ການເຊົ່າ, ສຳປະທານ ແລະ ການຫັນປ່ຽນທີ່ດິນກະສິກຳໄປສູ່ເປົ້າໝາຍອື່ນ; ຄົ້ນຄວ້າປະກອບຄຳເຫັນ ທາງດ້ານວິຊາການ ເພື່ອສະເໜີຕໍ່ຂັ້ນເທິງ;
11. ຄຸ້ມຄອງ, ຕິດຕາມ, ກວດກາ, ການບໍລິການ, ການຜະລິດຝຸ່ນ ແລະ ດິນປູກ ຂອງໂຮງງານ, ຜູ້ປະກອບການ ແລະ ກຸ່ມຊາວກະສິກອນ;
12. ສ້າງຄວາມເຂັ້ມແຂງໃຫ້ພະນັກງານວິຊາການ ຂັ້ນແຂວງ, ເມືອງ ກ່ຽວກັບວຽກງານສໍາຫຼວດ, ວາງແຜນ ນໍາໃຊ້ທີ່ດິນກະສິກໍາ, ວິໄຈ, ນິຕິກຳ, ການຜະລິດ, ນໍາໃຊ້ຝຸ່ນ, ປັບປຸງດິນ ແລະ ການແກ້ໄຂບັນຫາຂອງດິນຕໍ່ການປູກພືດ;
13. ການສ້າງນິຕິກໍາຄຸ້ມຄອງທີ່ດິນ, ການພັດທະນາຮູບແບບການນຳໃຊ້ດິນ, ນໍ້າ ແລະ ຝຸ່ນ ເພື່ອການຍົກສະ ມັດຖະພາບການຜະລິດ ແລະ ສ້າງອາສາສະໝັກໝໍດິນຂັ້ນບ້ານ;
14. ສ້າງແຜນດຳເນີນງານ, ແຜນການ ແລະ ແຜນງົບປະມານ ປະຈຳປີ ພ້ອມທັງຄຸ້ມຄອງ, ຕິດຕາມ, ກວດກາສະຫຼຸບ-ຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດແຜນງານ, ແຜນການ, ບັນດາໂຄງການ ແລະ ກິດຈະກຳຕ່າງໆ ລວມທັງການໃຊ້ຈ່າຍງົບປະມານທີ່ກົມຮັບຜິດຊອບ ຢ່າງເປັນລະບົບຕໍ່ເນື່ອງ;
15. ພົວພັນ, ຮ່ວມມື ກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ, ຍາດແຍ່ງການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ແລະ ທຶນຮອນ ເຂົ້າໃນການຈັດຕັ້ງປະຕິບັດບັນດາແຜນງານ, ແຜນການ ແລະໂຄງການໃນຂົງເຂດວຽກງານຂອງຕົນ;
16. ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ບັນດາໂຄງການງົບປະມານຂອງລັດ ແລະ ໂຄງການຮ່ວມມືກັບຕ່າງ ປະເທດ ກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໃຫ້ໄປຕາມວຽກຈຸດສຸມຂອງກະຊວງວຽກຈຸດສຸມຂອງລັດຖະບານໃນແຕ່ລະໄລຍະ ທັງຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ; ມີການຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ໃຫ້ໄດ້ຜົນສຳເລັດເປັນຢ່າງດີ;
17. ຄົ້ນຄວ້າ, ນຳສະເໜີ ແລະ ປັບປຸງກົງຈັກການຈັດຕັ້ງ ພ້ອມທັງກຳນົດຕຳແໜ່ງງານໃຫ້ຄົບຖ້ວນ, ຄຸ້ມຄອງພະນັກງານ-ລັດຖະກອນ ແລະ ສ້າງແຜນການບໍາລຸງກໍ່ສ້າງພະນັກງານ-ລັດຖະກອນຂອງຕົນ ບົນພື້ນຖານຄວາມສະເໝີພາບບົດບາດຍິງ-ຊາຍ ໂດຍປະຕິບັດນະໂຍບາຍ, ກົດໝາຍ ແລະ ລະບຽບການທີ່ໄດ້ກຳນົດໄວ້; ປັບປຸງແບບແຜນວິທີເຮັດວຽກ, ກົນໄກການຄຸ້ມຄອງບໍລິຫານຂອງກົມໃຫ້ມີປະສິດທິພາບ;
18. ປະກອບສ່ວນດ້ານວິຊາການ ເຂົ້າໃນການພັດທະນາບັນດາວິທະຍາໄລ ແລະ ໂຮງຮຽນ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ພ້ອມທັງສະໜອງດ້ານເຕັກນິກ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໃຫ້ບັນດາສູນ, ສະຖານີ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອປະກອບສ່ວນສ້າງສູນ, ສະຖານີ ດັ່ງກ່າວໃຫ້ມີຄວາມເຂັ້ມແຂງ;
19. ສະຫຼຸບ, ລາຍງານ ວຽກງານຂອງຕົນ ໃຫ້ລັດຖະມົນຕີເພື່ອຊາບ ແລະ ຊີ້່ນໍາ;
20. ປະຕິບັດໜ້າທີ່ອື່ນ ຕາມທີ່ກໍານົດໄວ້ໃນນິຕິກໍາອື່ນ ແລະ ການມອບໝາຍ ຂອງລັດຖະມົນຕີ, ຮອງລັດຖະ ມົນຕີ ຜູ້ຊີ້ນໍາ.
ຂອບເຂດສິດ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ມີສິດດັ່ງນີ້:
1. ນໍາສະເໜີຮ່າງຍຸດທະສາດ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ດໍາລັດວ່າດ້ວຍທີ່ດິນກະສິກໍາ ແລະ ນິຕິກໍາອື່ນໆ, ແຜນການ, ໂຄງການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂອງກົມ ແລະ ຂະແໜງການ; ຄົ້ນຄວ້າກໍານົດ ນະໂຍບາຍ, ມາດຕະການ ໃນການປົກປັກຮັກສາທີ່ດິນກະສິກໍາ, ນໍາໃຊ້ທີ່ດິນເພື່ອສົ່ງເສີມການຜະລິດພາຍໃນ ແລະ ສົ່ງອອກ ຕໍ່ກະຊວງກະສິກຳ ແລະ ປ່າໄມ້ ພິຈາລະນາອະນຸມັດ;
2. ອອກຂໍ້ຕົກລົງ, ຄໍາແນະນໍາ, ແຈ້ງການ, ລະບຽບການ ແລະ ໜັງສືສະເໜີຕ່າງໆ ເຖິງຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງ ແລະ ຂະແໜງສາຍຕັ້ງຂອງຕົນຢູ່ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງທີ່ດິນກະສິກໍາ ຂອງຂະແໜງກະສິກໍາ ແລະ ປ່າໄມ້ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ພ້ອມທັງກວດກາຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
3. ຊີ້ນຳ, ຄຸ້ມຄອງ ດ້ານເຕັກນິກ, ວິຊາການ ຕາມການແບ່ງຂັ້ນ, ແບ່ງຄວາມຮັບຜິດຊອບ ແລະ ແບ່ງສິດຕາມສາຍຕັ້ງ ໃນການຕົກລົງບັນຫາຢ່າງລະອຽດ, ຈະແຈ້ງ ຕາມກົດໝາຍ ແລະ ລະບຽບການ ທີ່ວາງອອກ;
4. ຄົ້ນຄວ້າ ແລະ ນໍາສະເໜີລັດຖະມົນຕີ ຮັບເອົາການລົງທຶນ, ການອອກ, ໂຈະ ຫຼື ຖອນໃບອະນຸຍາດດໍາເນີນທຸລະກິດ ກ່ຽວກັບໂຮງງານຜະລິດ ແລະ ຮ້ານຈຳໜ່າຍຝຸ່ນ; ຄົ້ນຄວ້າ ແລະ ປະກອບຄໍາເຫັນ ກ່ຽວກັບການລົງທຶນທັງພາຍໃນ ແລະ ຕ່າງປະເທດ ວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຕາມພາ ລະບົດບາດຂອງຕົນ ບົນພື້ນຖານກົດໝາຍ ແລະ ລະບຽບການ;
5. ອອກໃບຢັ້ງຢືນການວິໄຈຄຸນນະພາບຂອງດິນ, ຝຸ່ນ, ພືດ ແລະ ນໍ້າ ເພື່ອການຜະລິດກະສິກໍໍາ ໃຫ້ພາກ ສ່ວນຕ່າງໆ ທັງພາກລັດ, ຜູ້ປະກອບການ ແລະ ຊາວກະສິກອນ;
6. ສະເໜີປັບປຸງກົງຈັກການຈັດຕັ້ງ ຕໍ່ກະຊວງກະສິກຳ ແລະ ປ່າໄມ້, ກຳນົດຕຳແໜ່ງງານ, ບັນຈຸ-ສັບຊ້ອນ ແລະ ຈັດວາງບຸກຄະລາກອນ ຕາມການແບ່ງຂັ້ນຄຸ້ມຄອງ, ກົດໝາຍ, ລະບຽບການກຳນົດໄວ້;
7. ຮຽກໂຮມພະນັກງານນຳພາ-ຄຸ້ມຄອງ ແລະ ວິຊາການ ໃນຄວາມຮັບຜິດຊອບຂອງຕົນ ເຂົ້າຮ່ວມກອງປະຊຸມ, ສ່ອງແສງລາຍງານ, ຝຶກອົບຮົມ, ສໍາມະນາ, ງານວາງສະແດງຕ່າງໆ, ຕະຫຼາດນັດ, ປະກອບສ່ວນ ແລະ ລົງເຮັດວຽກຢູ່ທ້ອງຖິ່ນ-ຮາກຖານ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ;
8. ສະເໜີຕໍ່ ລັດຖະມົນຕີ ໃນການແຕ່ງຕັ້ງ, ສັບຊ້ອນຈັດວາງ, ຍົກຍ້າຍໜ້າທີ່, ເລື່ອນຊັ້ນ-ຂັ້ນເງິນເດືອນ ແລະ ສະເໜີນະໂຍບາຍຕ່າງໆ ໃຫ້ແກ່ພະນັກງານ-ລັດຖະກອນ ແລະ ປະຕິບັດວິໄນຕໍ່ພະນັກງານຂອງຕົນ ຕາມລະບຽບການ;
9. ຄຸ້ມຄອງ, ນໍາໃຊ້ພະນັກງານ, ງົບປະມານ, ຊັບສິນຂອງລັດ, ຈັດຕັ້ງປະຕິບັດພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ ຕາມກົດໝາຍ ແລະ ລະບຽບການກຳນົດໄວ້;
10. ພົວພັນ, ຮ່ວມມື, ແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ ກັບອົງການ ຫຼື ສະຖາບັນການຈັດຕັ້ງທີ່ກ່ຽວຂ້ອງ ຢູ່ພາຍໃນ ແລະ ຕ່າງປະເທດ ບົນພື້ນຖານການຕົກລົງຮ່ວມກັນຕາມການມອບໝາຍ ຂອງລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນໍາ;
11. ຈັດຕັ້ງ ແລະ ເຂົ້າຮ່ວມ ກອງປະຊຸມ, ສຳມະນາ, ທັດສະນະສຶກສາ, ຝຶກອົບຮົມ ແລະ ນຳໃຊ້ສື່ໂຄສະນາຕ່າງໆ ທີ່ຖືກຕ້ອງຕາມກົດໝາຍ ເພື່ອເຜີຍແຜ່ຜົນສຳເລັດວຽກງານ ຂອງຕົນ ຢ່າງກວ້າງຂວາງ;
12. ໃຫ້ການບໍລິການ ດ້ານວິຊາການ ແລະ ເປັນທີ່ປຶກສາ ເພື່ອຊຸກຍູ້ວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ ກະສິກຳ ຕາມຫຼັກວິຊາການ ແລະ ລະບຽບກົດໝາຍທີ່ກຳນົດໄວ້;
13. ປະຕິບັດສິດອື່ນ ຕາມທີ່ກໍານົດໄວ້ໃນນິຕິກໍາອື່ນ ແລະ ການມອບໝາຍຂອງລັດຖະມົນຕີ, ຮອງລັດຖະ ມົນຕີ ຜູ້ຊີ້ນໍາ.