Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

Untitled 1

 

ໜ້າທີ່ ຂອງພະແນກບໍລິຫານ ແລະ ແຜນການ

  1. ເປັນເສນາທິການໃຫ້ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໃນການຄຸ້ມຄອງ ແລະ ພັດທະນາວຽກງານຈັດຕັ້ງ, ບໍລິຫານ, ການຄຸ້ມຄອງບຸກຄະລາກອນ, ການຜັນຂະຫຍາຍແຜນຍຸດທະສາດ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຂອງກະຊວງແຕ່ລະໄລຍະ ມາເປັນແຜນດໍາເນີນງານ, ແຜນການ ແລະ ໂຄງ ການສະເພາະຂອງກົມ ໃຫ້ແທດເໝາະ, ສອດຄ່ອງ, ສາມາດຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນ;

  2. ຄົ້ນຄວ້າ, ສ້າງ, ປັບປຸງແລະ ນຳສະເໜີ ຮ່າງຂໍ້ກຳນົດ, ກົດລະບຽບ, ກົງຈັກການຈັດຕັ້ງ, ພາລະບົດບາດ, ການກຳນົດຕຳແໜ່ງງານ, ການວາງແຜນພັດທະນາບຸກຄະລາກອນ, ແຜນວຽກແລະ ງົບປະມານ ພາຍໃນຕ່າງປະເທດ ຕາມແຜນຍຸດທະສາດຂອງການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແຕ່ລະໄລຍະ​;

  3. ຄົ້ນຄວ້າ, ສັງລວມ ແລະ ກວດກາ ແຜນດຳເນີນງານ, ແຜນການ ແລະ ແຜນງົບປະມານ ຈາກບັນດາພະແນກ, ສູນ ແລະ ໂຄງການຕ່າງໆ ທີ່ຂຶ້ນກັບກົມ ລວມທັງແຜນການຂອງຂະແໜງການ ແລະ ໜ່ວຍງານສາຍຕັ້ງຢູ່ຂັ້ນທ້ອງຖິ່ນ ແລ້ວສ້າງໃຫ້ເປັນແຜນລວມໃນລະດັບກົມ ເພື່ອນຳສະເໜີຂັ້ນເທິງພິຈາລະນາ;

  4. ຄຸ້ມຄອງ ບັນຊີການເງິນ, ຄັງເງິນສົດ ແລະ ຊັບສິນຂອງລັດ. ຕິດຕາມ, ຊຸກຍູ້, ກວດກາ, ສະຫຼຸບລາຍຮັບ-ລາຍຈ່າຍ ແລະ ຂຶ້ນແຜນການນຳໃຊ້ງົບປະມານພາຍໃນ ແລະ ຕ່າງປະເທດ;

  5. ຄຸ້ມຄອງ, ຕິດຕາມ, ຊຸກຍູ້, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດໂຄງການລົງທຶນ ພາຍໃນ ແລະ ຕ່າງປະເທດ ລວມທັງຊ່ຽວຊານທີ່ປະຕິບັດໜ້າທີ່ພາຍໃນກົມ. ສະຫຼຸບ ແລະ ລາຍງານການຈັດຕັ້ງປະ ຕິບັດວຽກງານຂອງກົມ ປະຈຳອາທິດ, 1 ເດືອນ, 3 ເດືອນ, 6 ເດືອນ, 1 ປີ ແລະ 5 ປີ;

  6. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອເອື້ອອໍານວຍການຈັດຕັ້ງປະຕິບັດໂຄງການຕ່າງໆ ໃຫ້ທ່ວງທັນເວລາ ແລະ ຍາດ​ແຍ່ງ​ການ​ສະໜັບສະໜູນທຶນຮອນ ​ແລະ ​ເຕັກນິກ​ວິຊາ​ການເຂົ້າໃສ່ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ;

  7. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອເອື້ອອໍານວຍການຈັດຕັ້ງປະຕິບັດໂຄງການຕ່າງໆ ໃຫ້ທ່ວງທັນເວລາ ແລະ ຍາດ​ແຍ່ງ​ການ​ສະໜັບສະໜູນທຶນຮອນ ​ແລະ ​ເຕັກນິກ​ວິຊາ​ການເຂົ້າໃສ່ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ;

  8. ສ້າງຖານຂໍ້ມູນຂ່າວສານການສົ່ງເສີມ ໃນຮູບແບບເອກະສານ ແລະ ດີຈິຕອນ ເພື່ອໂຄສະນາ, ເຜີຍແຜ່, ບໍລິການ ແລະ ຖ່າຍທອດເຕັກໂນໂລຊີ ດ້ານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ;

  9. ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.