Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

ໜ້າທີ່ ຂອງພະແນກບໍລິຫານ ແລະ ແຜນກາ

 

ໜ້າທີ່ ຂອງພະແນກຄຸ້ມຄອງທີ່ດິນກະສິກໍາ

  1. ຕິດຕາມ ແລະ ເກັບກຳຂໍ້ມູນ ການນໍາໃຊ້ທີ່ດິນກະສິກໍາປະເພດຕ່າງໆ ໃນຂອບເຂດທົ່ວປະເທດ ໂດຍການສ້າງຖານຂໍ້ມູນ, ສະຖິຕິ ແລະ ອອກໃບຢັ້ງຢືນການນຳໃຊ້ທີ່ດິນກະສິກຳ  ລວມທັງການພັດທະນາທີ່ດິນກະ ສິກຳ ເພື່ອສະເໜີອອກໃບຕາດິນ ນໍາພາກສ່ວນທີ່ກ່ຽວຂ້ອງ;

  2. ດຳເນີນການຕິດຕາມ, ກວດກາ ແລະ ປະເມີນຜົນການນຳໃຊ້, ການເຊົ່າ, ສໍາປະທານ ແລະ ການຫັນປ່ຽນການນຳໃຊ້ທີ່ດິນກະສິກຳຢ່າງເປັນລະບົບຕໍ່ເນື່ອງ ແນໃສ່ຄຸ້ມຄອງທີ່ດິນກະສິກຳແບບຍືນຍົງ;

  3. ຝຶກອົບຮົມທາງດ້ານວິຊາການດ້ານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ພະນັກງານຂັ້ນແຂວງ, ຂັ້ນເມືອງ;

  4. ຄົ້ນຄວ້າ, ນຳສະເໜີ, ສ້າງນິຕິກໍາ ແລະ ລະບຽບການຕ່າງໆ ກ່ຽວກັບການນຳໃຊ້, ການປົກປັກຮັກສາ ທີ່ດິນກະສິກໍາ ບໍ່ໃຫ້ຫັນປ່ຽນເປັນດິນປະເພດອື່ນ ພ້ອມທັງໂຄສະນາ, ເຜີຍແຜ່ ຢ່າງທົ່ວເຖິງ

  5. ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.