ໜ້າທີ່ ຂອງສູນສໍາຫຼວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາ
-
ດໍາເນີນ ການສໍາຫຼວດ, ສຶກສາຈໍາແນກ, ປະເມີນຄຸນນະພາບ ແລະ ຄວາມເໝາະສົມຂອງດິນ, ກຳນົດແບ່ງເຂດທີ່ດິນກະສິກໍາ ໃນເນື້ອທີ່ 4,5 ລ້ານເຮັກຕາ, ວາງແຜນນໍາໃຊ້ທີ່ດິນກະສິກໍາ ແລະ ສ້າງແຜນທີ່ດິນກະສິກໍາ ໃນແຕ່ລະລະດັບ ພ້ອມທັງສໍາຫຼວດຂອບເຂດ ເພື່ອປັກຫຼັກໝາຍເຂດສະຫງວນທີ່ດິນກະສິກໍາໄວ້;
-
ກຳນົດເຂດປູກພືດອຸດສາຫະກໍາ, ເຂດປູກພືດສະບຽງ, ເຂດປູກເຂົ້າ, ເຂດປູກໄມ້ໃຫ້ໝາກ, ເຂດປູກໄມ້ເສດຖະກິດ, ເຂດປູກພືດອາຫານສັດ, ເຂດລ້ຽງສັດໃຫຍ່ ຕາມແລວທາງລົດໄຟລາວ-ຈີນ ແລະ ແລວທາງເສດຖະກິດ ເພື່ອຮັບໃຊ້ການລົງທຶນ ແລະ ວາງແຜນຊຸກຍູ້ ສົ່ງເສີມ ການຜະລິດພາຍໃນທົດແທນການນໍາເຂົ້າ ແລະ ການຜະລິດເພື່ອສົ່ງອອກ;
-
ຈັດຝຶກອົບຮົມໃຫ້ພະນັກງານວິຊາການ ຂັ້ນແຂວງ, ເມືອງ ຕາມສາຍຕັ້ງຂອງຕົນ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ມີປະສິດທິຜົນ;
-
ສໍາຫຼວດ, ວັດແທກລະດັບນໍ້າໃຕ້ດິນ ແລະ ເກັບກໍາຕົວຢ່າງໃນພື້ນທີ່ດິນກະສິກໍາມາວິໄຈ ແລະ ສ້າງເປັນແຜນທີ່ ເພື່ອເປັນຂໍ້ມູນການວາງແຜນນໍາໃຊ້ ແລະ ພັດທະນາທີ່ດິນກະສິກໍາ;
-
ສະໜອງ ແລະ ໃຫ້ບໍລິການຂໍ້ມູນ
ແກ່ພາກລັດ, ອົງການຈັດຕັ້ງສາກົນ, ຜູ້ປະກອບການ ແລະ ຊາວກະສິ ກອນ ເພື່ອນໍາໃຊ້ເຂົ້າໃນການພັດທະນາ ແລະ ປົກປັກຮັກສາທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ; -
ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.