Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

ໜ້າທີ່ ຂອງພະແນກບໍລິຫານ ແລະ ແຜນກາ

 

ໜ້າທີ່ ຂອງສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ

  1. ດໍາເນີນ ການສໍາຫຼວດ, ສຶກສາຈໍາແນກ, ປະເມີນຄຸນນະພາບ ແລະ ຄວາມເໝາະສົມຂອງດິນ, ກຳນົດແບ່ງເຂດທີ່ດິນກະສິກໍາ ໃນເນື້ອທີ່ 4,5 ລ້ານເຮັກຕາ, ວາງແຜນນໍາໃຊ້ທີ່ດິນກະສິກໍາ ແລະ ສ້າງແຜນທີ່ດິນກະສິກໍາ ໃນແຕ່ລະລະດັບ ພ້ອມທັງສໍາຫຼວດຂອບເຂດ ເພື່ອປັກຫຼັກໝາຍເຂດສະຫງວນທີ່ດິນກະສິກໍາໄວ້;

  2. ກຳນົດເຂດປູກພືດອຸດສາຫະກໍາ, ເຂດປູກພືດສະບຽງ,​ ເຂດປູກເຂົ້າ, ເຂດປູກໄມ້ໃຫ້ໝາກ, ເຂດປູກໄມ້ເສດຖະກິດ, ເຂດປູກພືດອາຫານສັດ, ເຂດລ້ຽງສັດໃຫຍ່ ຕາມແລວທາງລົດໄຟລາວ-ຈີນ ແລະ ແລວທາງເສດຖະກິດ ເພື່ອຮັບໃຊ້ການລົງທຶນ ແລະ ວາງແຜນຊຸກຍູ້ ສົ່ງເສີມ ການຜະລິດພາຍໃນທົດແທນການນໍາເຂົ້າ ແລະ ການຜະລິດເພື່ອສົ່ງອອກ;

  3. ຈັດຝຶກອົບຮົມໃຫ້ພະນັກງານວິຊາການ ຂັ້ນແຂວງ, ເມືອງ ຕາມສາຍຕັ້ງຂອງຕົນ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ມີປະສິດທິຜົນ;

  4. ສໍາຫຼວດ, ວັດແທກລະດັບນໍ້າໃຕ້ດິນ ແລະ ເກັບກໍາຕົວຢ່າງໃນພື້ນທີ່ດິນກະສິກໍາມາວິໄຈ ແລະ ສ້າງເປັນແຜນທີ່ ເພື່ອເປັນຂໍ້ມູນການວາງແຜນນໍາໃຊ້ ແລະ ພັດທະນາທີ່ດິນກະສິກໍາ;

  5. ສະໜອງ ແລະ ໃຫ້ບໍລິການຂໍ້ມູນ ແກ່ພາກລັດ, ອົງການຈັດຕັ້ງສາກົນ, ຜູ້ປະກອບການ ແລະ ຊາວກະສິ ກອນ ເພື່ອນໍາໃຊ້ເຂົ້າໃນການພັດທະນາ ແລະ ປົກປັກຮັກສາທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ;

  6. ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.