Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

ໜ້າທີ່ ຂອງພະແນກບໍລິຫານ ແລະ ແຜນກາ

 

ໜ້າທີ່ ຂອງສູນວິໄຈດິນ, ພືດ ແລະ ຝຸ່ນ

  1. ຄົ້ນ​ຄວ້າ, ວິໄຈ ຄຸນ​​ສົມ​ບັດທາງດ້ານ ເຄມີ​, ຟີຊິກ ແລະ ຊີວະວິທະຍາ ຂອງດິນ, ວິໄຈຝຸ່ນ, ນໍ້າ ແລະ ພືດ, ສານພິດຕົກຄ້າງ ແລະ ທາດ​ໂລ​ຫະ​ໜັກ​ທີ່​ເປັນ​ພິດ ທີ່ໄດ້ຮັບຜົນກະທົບຈາກການນຳໃຊ້ເຄມີ, ຢາຂ້າຫຍ້າ, ຢາຂ້າແມງໄມ້, ຢາຂ້າເຊື້ອລາ, ຈາກການຂຸດຄົ້ນແຮ່ທາດ ແລະ ອື່ນໆ;

  2. ບໍລິການເກັບຕົວຢ່າງ ແລະ ວິໄຈ​​ ດິນ, ນໍ້າ, ພືດ ແລະ ຝຸ່ນ ໃຫ້​​ພາກລັດ, ບຸກຄົນ, ນິຕິບຸກຄົນ, ຜູ້ປະ ກອບການ, ສະຖາບັນການສຶກສາ, ຊາວກະສິກອນ ລວມທັງໃຫ້ຄຳແນະນຳການນໍາໃຊ້ຂໍ້ມູນການວິໄຈ;

  3. ເປັນ​ສູນ​ກາງ​ໃຫ້ແກ່ ເຄືອຂ່າຍຫ້ອງວິໄຈໃນ ສປປ ລາວ ພ້ອມທັງເປັນໃຈກາງນຳພາສ້າງ, ປັບປຸງ ຫ້ອງວິໄຈລະດັບພາກໃນຂອບເຂດທົ່ວປະເທດ.ຄວບຄຸມຄຸນນະພາບການວິໄຈ ດິນ, ນໍ້າ, ພືດແລະ ຝຸ່ນ ສຳ​ລັບກະສິກຳ ໃຫ້​ໄດ້​ມາດ​ຕະ​ຖານ​ສາ​ກົນ;

  4. ຝຶກ​ອົບ​ຮົມ​ການ​ວິ​ໄຈ​ດິນ, ນ້ຳ, ພືດ ແລະ ຝຸ່ນໃຫ້ວິຊາການ​ຫ້ອງວິ​ໄຈ​ລະດັບພາກ, ​ວິ​ທະ​ຍາ​ໄລ, ມະ​ຫາ​ວິ​ທະ​ຍາ​ໄລ, ຫ້ອງວິ​ໄຈ​ເອ​ກະ​ຊົນ ແລະ ພາກ​ສ່ວນ​ອື່ນໆ ທີ່​ມີ​ຄວາມ​ສົນ​ໃຈ ໃນຂອບເຂດທົ່ວປະເທດ;

  5. ຕິດຕາມກວດກາ ແລະ ປະເມີນຄຸນນະພາບ ຂອງຫ້ອງວິໄຈ ລະດັບພາກ, ວິ​ທະ​ຍາ​ໄລ, ມະ​ຫາ​ວິ​ທະ​ຍາ​ໄລ, ຫ້ອງວິ​ໄຈ​ເອ​ກະ​ຊົນ;

  6. ປະ​ຕິ​ບັດ​ໜ້າ​ທີ່​ອື່ນ ຕາມ​ການ​ຕົກ​ລົງ ແລະ ມອບ​ໝາຍ​ຂອງ​ຂັ້ນ​ເທິງ.