
ກອງປະຊຸມຜ່ານຮ່າງລະບົບຖານຂໍ້ມູນທີ່ດິນກະສິກຳ
ໃນຕອນບ່າຍ ຂອງວັນທີ 11 ສິງຫາ 2023, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ຈັດກອງປະຊຸມຜ່ານຮ່າງລະບົບຖານຂໍ້ມູນທີ່ດິນກະສິກຳຂຶ້ນ, ໂດຍໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ປະລິນຍາເອກ ນິວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ແລະ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ , ເຊິ່ງຜູ້ເຂົ້າຮ່ວມ ມີ ຄະນະກົມ, ບັນດາຫົວໜ້າພະແນກ, ສູນ, ຄະນະພະແນກ ແລະ ຄະນະສູນ ພ້ອມດ້ວຍວິຊາການຮັບຜິດຊອບວຽກຖານຂໍ້ມູນອ້ອມຂ້າງກົມ ຄພດກ, ມີຜູ້ເຂົ້າຮ່ວມທັງໝົດ 28 ທ່ານ, ຍິງ 08 ທ່ານ. ຈຸດປະສົງ ຂອງກອງປະຊຸມດັ່ງກ່າວແມ່ນ ເພື່ອສ້າງລະບົບຖານຂໍ້ມູນ ຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃຫ້ເປັນລະບົບດຽວກັນ ທີ່ສົມບູນ ແລະ ຖືກຕ້ອງ, ພ້ອມກັນນັ້ນ ກໍ່ສາມາດເກັບຮັກສາຂໍ້ມູນບໍ່ໃຫ້ເສຍຫາຍ ແລະ ສະດວກໃນການຊອກຫາຂໍ້ມູນ. ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງລະບົບຖານຂໍ້ມູນທີ່ດິນກະສິກຳ, ເຊິ່ງໄດ້ສຳເລັດ 3 ຖານຂໍ້ມູນ ແລະ 1 ລະບົບ ຄຸ້ມຄອງເວັບໄຊ (ລະບົບຖານຂໍ້ມູນເອກະສານ, ລະບົບຖານຂໍ້ມູນຄຸ້ມຄອງບຸກຄະລາກອນ, ລະບົບຖານຂໍ້ມູນຄຸ້ມຄອງໂຮງງານຜະລິດຝຸ່ນ) ແລະ ຍັງສືບຕໍ່ສ້າງລະບົບຖານຂໍ້ມູນ ຂອງສູນສຳຫຼວດ ແລະ ວາງແຜນນຳໃຊ້ທີ່ດິນກະສິກຳ, ສຸນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ, ພະແນກຄຸ້ມຄອງທີ່ດິນກະສິກຳ, ສູນວິໄຈດິນ, ພືດ ແລະ ຝຸ່ນ, ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ ປຶກສາຫາລື ແລະ ປະກອບຄໍາຄິດຄຳເຫັນແລກປ່ຽນ ຢ່າງກົງໄປກົງມາ. ຫຼັງຈາກນັ້ນ, ທ່ານ ບຸນທະວີ ໄຊຍະເພັດ ໄດ້ປະກອບຄຳເຫັນເພີ່ມເຕີມ ໂດຍລວມຕໍ່ລະບົບຖານຂໍ້ມູນຂອງແຕ່ລະພາກສ່ວນ ເຊິ່ງຖານຂໍ້ມູນດັ່ງກ່າວທີ່ນຳມາສະເໜີນັ້ນ ເປັນລະບົບຖານຂໍ້ມູນການຄຸ້ມຄອງເອກະສານ, ຄວນຈັດເກັບໄວ້ໃນລະບົບ Edoc ເປັນລະບົບທີ່ເກັບຮັກສາເອກະສານ ທີ່ຄົ້ນຫາງ່າຍ, ມີຄວາມປອດໄພ ແລະ ລວມສູນ, ພ້ອມດຽວກັນນັ້ນ ບັນດາພະແນກ/ສູນ ແລະ ທ່ານໃດທີ່ສົນໃຈ ສາມາດຄົ້ນຫາໄດ້ງ່າຍ, ສຳລັບຂໍ້ມູນໃດທີ່ຕ້ອງການເຜີຍແຜ່ ແມ່ນສາມາດອັບໂຫລດລົງເວັບໄຊຂອງກົມໄດ້.

