Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

ພິທີປະກາດການຈັດຕັ້ງ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ

ໃນຕອນເຊົ້າຂອງວັນທີ 11 ສິງຫາ 2023, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ໄດ້ຈັດພິທີປະກາດການຈັດຕັ້ງຂອງຕົນຂຶ້ນ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ນິວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແລະ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ , ຊຶ່ງມີ ຮອງຫົວໜ້າຫ້ອງການ, ຄະນະກົມ, ຫົວໜ້າ, ຮອງຫົວໜ້າພະແນກ, ຫົວໜ້າສູນ, ຮອງສູນ ແລະ ພະນັກງານຫລັກແຫ່ລງ ເຂົ້າຮ່ວມທັງໝົດ 35 ທ່ານ, ຍິງ 9 ທ່ານ. ໃນພິທີປະກາດການຈັດຕັ້ງໃນຄັ້ງນີ້ ທ່ານ ສົມສະເໝີ ດວງດາວົງ ຫົວໜ້າພະແນກພັກ ແລະ ອົງການຈັດຕັ້ງມະຫາຊົນ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂື້ນຜ່ານຂໍ້ຕົກແຕ່ງຕັ້ງພະນັກງານຄື: ຕົກລົງແຕ່ງຕັ້ງໃຫ້ ທ່ານ ໄພທູນ ພິລາກອນ ຫົວໜ້າ ສູນສໍາຫລວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາ ເປັນ ຮອງຫົວໜ້າ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ. ເຊິ່ງໃນຕອນທ້າຍຂອງພິທີ ທ່ານຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໄດ້ໃຫ້ກຽດໂອ້ລົມ ຕໍ່ຜູ້ທີ່ໄດ້ຮັບຕໍາແໜ່ງໃໝ່ ກໍ່ໃຫ້ສືບຕໍ່ທົບທວນບັນດານະໂຍບາຍ, ມະຕິ, ແຜນພັດທະນາເສດຖະກິດ ຮອດປີ 2025 ໃຫ້ເກີດຄວາມເຂົ້າໃຈ ແລະ ກຳແໜ້ນ ເພື່ອການຈັດຕັ້ງຜັນຂະຫຍາຍ, ປະກອບສ່ວນເຂົ້າໃນການພັດທະນາຂະແໜງການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ພ້ອມດ້ວຍກັນນັ້ນ ທ່ານ ບຸນທະວີ ໄຊຍະເພັດ ກໍ່ສະແດງຄວາມຊົມເຊີຍ ແລະ ໃຫ້ທິດຊີ້ນໍາບາງຂໍ້ຕື່ມ ເອົາໃຈໃສ່ໃນການນໍາພາ-ຊີ້ນໍາອ້າຍນ້ອງພະນັກງານພາຍໃນກົມ ມີຄວາມສາມັກຄີ, ມີການປະສານງານຢ່າງຈະແຈ້ງ ແລະ ສືບຕໍ່ທົບທວນຄືນບັນດາເອກະສານສໍາຄັນຕ່າງໆ ເພື່ອຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະ ໃຫ້ເກີດດອກອອກຜົນ ແລະ ປະສົບຜົນສໍາເລັດຕາມຄາດໝາຍ.