Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

ຝຶກອົບຮົມການນໍາໃຊ້ເຄື່ອງມືກ້ອງ RTK ແລະ QGIS

ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກຳ ໄດ້ລົງຝຶກອົບຮົມໃຫ້ແກ່ພະນັກງານວິຊາການ ທີ່ ແຂວງສະຫວັນນະເຂດ ກ່ຽວກັບການນຳໃຊ້ກ້ອງ RTK ແລະ QGIS ໃນວັນທີ 28-31/8/2023 ມີຜູ້ເຂົ້າຮ່ວມທັງໝົດ 28 ຄົນ ຍີງ 8 ຄົນ ການຈັດກອງປະຊຸມຄັ້ງນີ້ແມ່ນເພື່ອແນ່ໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ທີມງານວິຊາການ ຂັ້ນແຂວງ ແລະ ຂັ້ນເມືອງ ໃນການຈັດຕັ້ງປະຕິບັດ ວຽກງານການກໍານົດ ແລະ ຢັ້ງຢືນການນຳໃຊ້ທີ່ດິນກະສິກໍາຢູ່ໃນເຂດປ່າໄມ້