
ຝຶກອົບຮົມ ເຕັກນິກການລ້ຽງກຸ້ງກ້າມກາມ ທີ່ປະເທດຟິລິບປີນ
ປະເທດລາວຍັງມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດຫຼາຍຢ່າງທີ່ເໝາະສົມ ແກ່ການປະມົງນໍ້າຈືດ ໂດຍສະເພາະແມ່ນການລ້ຽງກຸ້ງກ້າມກາມ ເພື່ອໃຫ້ກາຍເປັນທຸລະກິດທາງດ້ານການ ປະມົງ ທີ່ສາມາດສ້າງລາຍຮັບໃຫ້ແກ່ຜູ້ປະກອບການ. ນອກຈາກນີ້, ການເຮັດທຸລະກິດການລ້ຽງກຸ້ງນໍ້າຈືດ ຍັງອາດສາມາດຂະຫຍາຍຕົວໄດ້ ໂດຍສະເພາະຢ່າງຍິ່ງໃນລະດັບຄອບຄົວ ດ້ວຍການເນັ້ນການຕະຫຼາດ ພາຍໃນປະເທດເປັນຫຼັກ ແລະ ຄວນເປັນລັກສະນະຂອງການຮ່ວມທຶນກັບບັນດານັກທຸລະກິດໃນທ້ອງຖິ່ນ ແລະ ນັກທຸລະກິດຕ່າງຊາດ. ໃນປັດຈຸບັນລາວຍັງບໍ່ທັນສາມາດຜະລິດ ແລະ ລ້ຽງກຸ້ງ ເພື່ອເປັນສິນຄ້າ ເພື່ອສົ່ງອອກຕ່າງປະເທດ ໄດ້ຍ້ອນຫຼາຍສາຍເຫດ ເຊັ່ນ: ຕ້ອງໃຊ້ທືນຫຼາຍ, ມີຄວາມສ່ຽງຕໍ່ການລະບາດຂອງພະຍາດ ແລະ ຂາດ ເຕັກນິກວິຊາການທີ່ເໝາະສົມ ໂດຍສະເພາະແມ່ນເຕັກນິກການຟັກໄຂ່ກຸ້ງ, ການອະນຸບານ ແລະ ການ ລ້ຽງ. ຍ້ອນສາເຫດດັ່ງກ່າວການລ້ຽງກຸ້ງໃນລາວຈຶ່ງຍັງບໍ່ທັນເປັນທີ່ນິຍົມ ແລະ ຍັງບໍ່ທັນຕອບສະໜອງໃຫ້ ແກ່ຄວາມຕ້ອງການຂອງຜູ້ບໍລິໂພກພາຍໃນປະເທດໄດ້. ເວົ້າລວມແລ້ວແມ່ນຍັງບ່ໍສາມາດຕອບສະໜອງ ໃຫ້ແກ່ການເຕີບໂຕຂອງພາກເສດຖະກິດອຸດສາຫະກໍາການທ່ອງທ່ຽວຜູ້ທີ່ມັກບໍລິໂພກກຸ້ງເປັນອາຫານ. ແຕ່ຖ້າຫາກພິຈາລະນາຈາກທ່າແຮງທາງດ້ານທໍາມະຊາດແລ້ວປະເທດລາວ ແມ່ນມີຄວາມເປັນໄປໄດ້ໃນ ການພັດທະນາການລ້ຽງກຸ້ງໄດ້ຢູ່ເນື່ອງຈາກຄວາມເໝາະສົມທາງດ້ານສະພາບພູມມີປະເທດບວກກັບຄວາມ ອາດສາມາດຂອງການຜະລິດຍັງບໍ່ພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກ. ພາບ-ຂ່າວ: ວຽງໄຊ ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ

