Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

ວຽກງານການວິໄຈດິນ

ໃນຕອນເຊົ້າຂອງວັນທີ່ 13 - 14 ກັນຍາ 2023 ທີ່ສູນວິໄຈດິນ, ພືດ ແລະ ຝຸ່ນ ຂອງກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກໍາ ໄດ້ມີການຝືກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການພາຍໃນສູນພ້ອມດ້ວຍນັກສືກສາຝຶກງານທັງໝົດ 18 ທ່ານ. ໂດຍການເປັນປະທ່ານຂອງ ທ່ານ ປອ ໄຊສະຖິດ ສຸລິຍະວົງສາ ຮັກສາການຫົວໜ້າສູນວິໄຈດິນ, ພືດ ແລະ ຝຸ່ນ ຫົວຂໍ້ໃນການຝືກອົບຮົມມີ: 1. ວິທະຍາສາດຂອງດິນຂັ້ນພື້ກຖານ 2. ຄວາມເປັນກົດ-ເປັນດາງຂອງດິນ 3. ເຄມີຂອງດິນ 4. ການປຸງສານເຄມີ 5. ການເກັບຕົວຢ່າງດິນເພືອການວິໄຈ 6. ຄວາມສຳຄັນຂອງການວິໄຈດິນ