
ເຜີຍແຜ່ເອກະສານຜັນຂະຫຍາຍເເນື້ອໃນກອງປະຊຸມຄົບຄະນະກາງສະໄໝທີ VI ຂອງຄະນະບໍລິຫານງານພັກ ກະຊວງ ກະສິກໍາ ແລະ ປ່າໄມ້
ໃນຕອນເຊົ້າຂອງວັນທີ 24 ສິງຫາ 2023, ເວລາ 08:30 ໂມງ, ຄະນະພັກຮາກຖານ ກົມຄຸ້ມຄອງ ແລະ ພັດ ທະນາທີ່ດິນກະສິກຳ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມ ເອກະສານ ຜັນຂະຫຍາຍເນື້ອໃນກອງປະຊຸມຄົບຄະນະ ກາງສະໄໜທີ VI ຂອງຄະນະພັກ ກະຊວງກະສິກໍາ ແລະ ປ່າໄມ້ ຂື້ນທີ່ຫ້ອງປະຊຸມ ສູນສຳຫຼວດ ແລະ ວາງແຜນນຳໃຊ້ທີ່ດິນກະສິກຳ ໂດຍການເປັນປະທານ ຂອງ ສະຫາຍ ປອ ນິວົງ ສີປະເສີດ ຄະນະພັກກະຊວງ ເລຂາຄະນະພັກຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ. ໃນນັ້ນມີບັນດາສະຫາຍ ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ, ຫົວໜ້າຈຸພັກ, ຮອງຈຸ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມທັງໝົດ 38 ສະຫາຍ, ຍິງ 09 ສະຫາຍ. ຈຸດປະສົງ ຂອງການຈັດຕັ້ງຜັນຂະຫຍາຍເນື້ອໃນ ກອງປະຊຸມຄົບຄະນະ ກາງສະໄໜ ທີ VI ຂອງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ເພື່ອເຮັດໃຫ້ບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ຮັບຮູ້-ເຂົ້າໃຈ, ເຊື່ອມຊຶມ, ກຳແໜ້ນ ແລະ ສ້າງຄວາມເປັນເອກະພາບ ຕໍ່ເນື້ອໃນກອງປະຊຸມກາງສະ ໄໜ ທີ IV ຂອງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ຢ່າງກວ້າງຂວາງ ທົ່ວເຖິງ ແລະ ເລິກເຊິ່ງ; ເພື່ອຍົກສູງນໍ້າໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມສາມັກຄິເປັນປຶກແຜ່ນ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ພ້ອມດຽວກັນນັ້ນ ກໍ່ເພື່ອໃຫ້ ຄະນະພັກແຕ່ລະຂັ້ນ, ຜູ້ນໍາພາແຕ່ລະບ່ອນ ຕ້ອງຍົກສູງຄວາມສາມາດ ແລະ ຄວາມຮັບຜິດຊອບຂອງຕົນ ໃນການເຄື່ອນໄຫວວຽກງານ ຢູ່ໃນທ່າບຸກ ໂດຍຫັນເອົາເນື້ອໃນກອງປະຊຸມ ແລະ ຄວາມເຫັນຊີ້ນໍາ ຕໍ່ກອງປະຊຸມດັ່ງກ່າວໃຫ້ເປັນນິຕິກໍາລະອຽດ ແລະ ເປັນແຜນການເຄື່ອນໄຫວຕົວຈິງ ໃນການໂຄສະ ນາກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ຢ່າງກວ້າງຂວາງ, ທົ່ວເຖິງ ແລະ ເລິກເຊິ່ງ.

