Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

ສ້າງຂະບວນການອອກແຮງງານລວມ

ເພື່ອກະກຽມຕົບແຕ່ງປະດັບປະດາ ໃຫ້ແກ່ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃຫ້ມີຄວາມສວຍງາມ ແລະ ສະອາດງາມຕາ,ໃນວັນທີ 01 ກັນຍາ 2023 ໄດ້ສ້າງຂະບວນການ ອອກແຮງງານລວມ ພາຍໃນກົມ ຄພດກ ໄດ້ຈັດຕັ້ງການອະນາໄມ ຕັດແຕ່ງຕົ້ນໄມ້ ພາຍໃນບໍລິເວນອ້ອມຫ້ອງການ ແລະ ປັກຊໍາ ເບ້ຍຊາກ້ຽງ