Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

ສະເຫຼີມສະຫຼອງວັນດິນໂລກ ປີ 2022

ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບອົງການ ອາຫານ ແລະ ການກະເສດ FAO, ໄດ້ຈັດພິທີຈັດພິທີສະເຫຼີມສະຫຼອງວັນດິນໂລກຂຶ້ນທີ່ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ໃນວັນທີ 28 ພະຈິກ 2022 , ໂດຍການເປັນປະທານຂອງທ່ານ ກິແກ້ວ ສິງນາວົງ ຮອງ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ປະທານຮ່ວມແມ່ນ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າຈາກອົງການ ອາຫານ ແລະ ການກະເສດ ປະຈຳ ສປປ ລາວ (FAO), ເຊີ່ງມີຜູ້ເຂົ້າຮ່ວມມາຈາກ ພາກສ່ວນລັດຖະບານ ກໍ່ຄືກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກົມ, ສະຖາບັນຕ່າງໆ ອ້ອມຂ້າງກະຊວງ ຕະຫຼອດຮອດ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ຂະແໜງ ການຕ່າງໆ ຕາມສາຍຕັ້ງ ແລະ ສາຍຂວາ. ນອກຈາກນີ້, ຍັງມີຜູ້ປະກອບການ,ອົງການຈັດຕັ້ງທາງສັງຄົມ, ຕົວແທນຈາກອົງການຈັດຕັ້ງສາກົນຕ່າງໆ, ພິທີດັ່ງກ່າວແມ່ນໄດ້ຈັດໃນຮູບແບບເຊີ່ງໝ້າ ແລະ ທາງໄກ ໂດຍນຳໃຊ້ລະບົບປະຊູມທາງໄກ ຈຸດປະສົງຂອງການຈັດງານວັນດິນໂລກ ແມ່ນເພື່ອຍົກສູງຄຸນຄ່າຄວາມສໍາຄັນຂອງດິນ. ເຊີ່ງເປັນວາລະຢູ່ໃນລະດັບໂລກ (Global Agenda) ແລະ ເພື່ອເຜີຍແຜ່ຄວາມສຳຄັນຂອງຊັບພະຍາກອນດິນ ອອກສູ່ວົງກວ້າງ ເພາະດິນເປັນພາຫະນະການຜະລິດທີ່ສຳຄັນ ໃນການບັນລຸຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ລົບລ້າງໄພອຶດຫິວໃນ ໂລກ ແລະ ໃນສປປ ລາວ.