Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

ປັບປຸງແບບຟອມເກັບກຳຂໍ້າມູນ ແລະ ວິທີການລົງຕິດຕາມ-ຊຸກຍູ້

           ໃນວັນທີ 15 ທັນວາ 2022 ພະແນກຄຸ້ມຄອງທີ່ດິນກະສິກໍາ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໄດ້ຈັດກອງປະຊຸມ ປຶກສາຫາລືການປັບປຸງແບບຟອມເກັບກຳຂໍ້າມູນ ແລະ ວິທີການລົງຕິດຕາມ-ຊຸກຍູ້ ໂຄງການເຊົ່າ-ສຳປະທານທີ່ດິນກະສິກໍາຂຶ້ນ, ໄດ້ຈັດຂື້ນທີ່ຫ້ອງປະຊຸມ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ, ໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານ ກອງແກ້ວ ພະຈອມພົນ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນ່ທີ່ດິນກະສິກໍາ; ທ່ານ ໄພສີ ດາລາສີ ຮອງພະແນກ ກະສິກຳ ແລະ ປ່າໄມ້ ແຂວງຄໍາມ່ວນ, ມີຜູ້ເຂົ້າຮ່ວມຈາກຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ຫ້ອງການກະສິກໍາ ແລະ ປ່າໄມ້ 07 ເມືອງ (ເມືອງທ່າແຂກ, ເຊບັ້ງໄຟ, ໄຊພູທອງ, ບົວລະພາ, ມະຫາໄຊ, ຍົມມະລາດ ແລະ ເມືອງຫີນບູນ), ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພະແນກແຜນການ ແລະ ການລົງທຶນ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກພະລັງງານ ແລະ ບໍແຮ່ ແລະ ພະນັກງານຈາກສູນກາງ, ລວມທັງໝົດ 27 ຄົນ, ຍີງ 2 ທ່ານ.
          ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລື ການປັບປຸງແບບຟອມເກັບກຳຂໍ້າມູນ ແລະ ວິທີການລົງຕິດຕາມ-ຊຸກຍູ້ ໂຄງການເຊົ່າ-ສຳປະທານທີ່ດິນກະສິກໍາ. ກອງປະຊຸມໄດ້ນຳສະເໜີກ່ຽວກັບຮ່າງ ແລະ ເນື້ອໃນແບບຟອມ ການເກັບກໍາຂໍ້ມູນ ຂື້ນບັນຊີໂຄງການເຊົ່າ-ສໍາປະທານ ທີ່ດິນກະສິກໍາ ແລະ ແນະນຳການປອ້ນຂໍ້ມູນລາຍຊື່ ແລະ ຂໍ້ມູນ ທົ່ວໄປ ຂອງບໍລິສັດ, ແນະນຳການສ້າງແຜນທີ່ຂອບເຂດໂຄງການເຊົ່າ-ສຳປະທານທີ່ດິນກະສິກຳ ພອ້ມທັງ ນຳສະເໜີການນຳໃຊ້ GPS ໃນການຈັບຈຸດ( Point) ອ້າງອີງຕ່າງໆ ແລະ ການນໍາໃຊ້ໂປຣແກຼມ ArcGIS ສ້າງແຜນທີ່ ໃນຂອບເຂດໂຄງການເຊົ່າ ແລະ ສໍາປະທານທີ່ດິນກະສິກໍາ. ຈາກນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມກໍ່ ໄດ້ປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນ ແລະ ສະເໜີໃຫ້ຄະນະຮັບຜິດຊອບພິຈາລະນາຄົ້ນຄ້ວາປັບປຸງຄືນບາງຫົວຂໍ້ທີ່ບໍ່ສອດຄອ່ງ ແລະ ບໍ່ເໜາະສົມ. ພ້ອມດຽວກັນນັ້ນ ຄະນະປະທານ ໄດ້ໃຫ້ ທິດຊີ້ນໍາ ຕໍ່ທີ່ປະຊຸມໃນຄັ້ງນີ້ ມີ ຄວາມເອກະພາບກັນໃນການປັບປຸງແບບຟອມເກັບກໍາຂໍ້ມູນ, ການລົງພາກສະໜາມຕົວຈິງ ຂອງທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ (7 ເມືອງ) ຕ້ອງໄດ້ປະສານສົມທົບກັບຜູ້ເຊົ່າ-ສໍາປະທານ ທີ່ດິນກະສິກໍາ ໃຫ້ຮັບຮູ້ ແລະ ເຂົ້າໃຈໃນການລົງເຮັດວຽກຄັ້ງນີ້. ເພາະວ່າມັນເປັນເລື່ອງລະອຽດອ່ອນ ແລະ ສາມາດເຫັນໄດ້ບັນຫາ, ຜົນປະໂຫຍດ, ທ່າແຮງ, ໂອກາດ ແລະ ຄຳສະເໜີຕ່າງໆ ທີ່ກ່ຽວຂ້ອງໃນການເຊົ່າ-ສຳປະທານທີ່ດິນກະສິກໍາ ໃຫ້ໄດ້ຮັບຜົນດີ ແລະ ກອງປະຊຸມກໍ່ໄດ້ປິດລົງໃນເວລາ 16:00ໂມງຂອງວັນດຽວກັນ.

ໂດຍ: ທ່ານ ນາງ ໄກສອນ ມູນລະມະນີ