Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

ການເຂົ້າຮ່ວມ ຂອງຄະນະທີມງານ ຈາກກົມສະຖິຕິແຫ່ງຊາດເພື່ອລົງເກັບກຳຂໍ້ມູນສະຖິຕິສີ່ງແວດລ້ອມ ແລະ ຄວາມໝັ້ນຄົງ

ໃນວັນທີ 22 ກຸມພາ 2023, ເວລາ 9:00 ໂມງ, ທີ່ຫ້ອງປະຊຸມສູນສຳຫຼວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກຳ, ກົມຄຸ້ມຄອງແລະພັດທະນາທີ່ດິນກະສິກຳ ໄດ້ຈັດກອງປະຊຸມຕ້ອນຮັບ ທ່ານ ນາງ ທອງ ທິບສົມພັນ ຮອງຫົວໜ້າກົມ ແລະ ທີມງານຈາກກົມສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ເພື່ອລົງເກັບກຳຂໍ້ມູນສະຖິຕິສີ່ງແວດລ້ອມ ແລະ ຄວາມໝັ້ນຄົງ ຮ່ວມກັບທີມງານວິຊາການຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ຊື່ງມີຜູ້ເຂົ້າຮ່ວມກອງປະຊຸມ ທັງໝົດ 17 ທ່ານ, ຍິງ 08 ທ່ານ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາຫລືກັນ ກ່ຽວກັບແບບຟອມ ແລະ ການສະໜອງຂໍ້ມູນຕາມຕ່າງໆ, ໃນນັ້ນຈະເປັນຂໍ້ມູນທາງດ້ານການນໍາໃຊ້ທີ່ດິນ, ຄຸນລັກສະນະຂອງດິນ ແລະ ຂໍ້ມູນຍ່ອຍອື່ນໆ ຕາມແບບຟອມ. ພ້ອມດຽວກັນນັ້ນ ກໍ່ໄດ້ມີການນໍາສະເໜີຮ່າງແບບຟອມ ແລະ ແນະນໍາການປ້ອນຂໍ້ມູນ ເພື່ອໃຫ້ມີຄວາມສະດວກ ແລະ ຖືກຕ້ອງຕາມທີ່ໄດ້ກໍານົດ. ກອງປະຊຸມໄດ້ມີການແລກປ່ຽນຄຳຄິດຄຳເຫັນກັນຢ່າງກົງໄປກົງມາ ດ້ວຍບັນຍາກາດທີ່ເປັນກັນເອງ, ຫລັງຈາກນັ້ນໃຫ້ແຕ່ລະພາກສ່ວນກະກຽມຂໍ້ມູນ ເພື່ອປະກອບໃສ່ຕາມແບບຟອມ ແລ້ວສົ່ງໃຫ້ກົມສະຖິຕິ ຕາມວັນເວລາທີ່ໄດ້ກໍານົດໄວ້. ກອງປະຊຸມດັ່ງກ່າວໄດ້ສີ້ນສຸດລົງ ໃນເວລາ 12:00 ຂອງວັນດຽວກັນ.