
ກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານກົມຄຸ້ມຄອງແລະ ພັດທະນາທີ່ດິນກະສິກໍາ
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານຂຶ້ນ ໃນວັນທີ 12 ສິງຫາ 2020 ທີ່ຜ່ານມາ, ຢູ່ທີ່ສະໂມສອນສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ທອງພັດ ວົງມະນີ ຮອງເລຂາຄະນະພັກ ກະຊວງກະສິກໍາ ແລະປ່າໄມ້. ມີສະຫາຍຄະນະປະຈໍາພັກ, ຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ມີເລຂາ-ຮອງເລຂາຄະນະພັກຮາກຖານ, ສະມາຊິກພັກອາວຸໂສ ແລະ ສະມາຊິກພັກສົມບູນ-ສໍາຮອງ ທົ່ວຄະນະພັກຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາເຂົ້າຮ່ວມທັງໝົດ 81 ສະຫາຍ, ຍິງ 14 ສະຫາຍ. ສະຫາຍ ປອ. ນິວົງ ສີປະເສີດ ເລຂາຄະນະພັກຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໄດ້ຜ່ານບົດລາຍງານການເມືອງ ໃຫ້ຮູ້ວ່າ: ຜ່ານມາຄະນະພັກຮາກຖານກົມ ໄດ້ເອົາໃຈໃສ່ຊຸກຍູ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ເອົາໃຈໃສ່ເຂົ້າຮ່ວມເຊື່ອມຊຶ່ມບັນດາ ຂໍ້ກໍານົດ, ມະຕິ-ຄໍາສັ່ງແນະນໍາ, ກົດໝາຍຂອງລັດ ແລະເອກະສານຕ່າງໆຂອງຂັ້ນເທີງເຊັ່ນ: ມະຕິ IX ມະຕິ X, ກົດລະບຽບຂອງພັກສະໄໝທີ X,ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງກະສິກໍາ ແລະປ່າໄມ້ ແລະ ເອກະສານອື່ນໆທີ່ສໍາຄັນ ລວມທັງໝົດ 50 ຄັ້ງ ມີຜູ້ເຂົ້າຮ່ວມ 650 ເທື່ອຄົນ. ດ້ານການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໄດ້ຕັ້ງໜ້າປະຕິບັດແຜນດໍາເນີນງານຢ່າງຕັ້ງໜ້າ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ 4 ເປົ້າໝາຍຂອງ ຂະແໜງກະສິກໍາ ແລະປ່າໄມ້ ປະກອບມີ 3 ແຜນດໍາເນີນງານໃຫຍ່ຄື: ວຽກງານສໍາຫຼວດ ແລະວາງແຜນນໍາໃຊ້ທີ່ດິນກະສິກໍາ ໄດ້ສໍາຫຼວດ, ກໍານົດ, ສ້າງ ແລະ ປັບປຸງແຜນທີ່ດິນກະສິກໍາ ໃນຂອບເຂດທົ່ວປະເທດໄດ້ 4, 5 ລ້ານເຮັກຕາ ພ້ອມລົງລາຍລະອຽດໃນລະດັບແຂວງ, ເມືອງ, ກຸ່ມບ້ານ ແລະບ້ານ. ວຽກງານການຄຸ້ມຄອງນໍາໃຊ້ທີ່ດິນກະສິກໍາ ໄດ້ຂຶ້ນສໍາມະໂນ/ອອກໃບຢັ້ງຢືນ ການນໍາໃຊ້ທີ່ດິນກະສິກໍາ, ດິນນາເຂດຊົນລະປະທານໃນ 17 ແຂວງ ແລະນະຄອນຫຼວງ ຮ່ວມກັບຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ອອກໃບຕາດິນຖາວອນ ແຂວງເປົ້າໝາຍໂຄງການໄດ້ຈໍານວນໜຶ່ງ. ວຽກງານພັດທະນາທີ່ດິນ ແລະການຄຸ້ມຄອງການນໍາໃຊ້ຝຸ່ນ ໄດ້ຄົ້ນຄວ້າ ແລະທົດລອງນໍາໃຊ້ວັດຖຸດິບຈາກສິ່ງເສດເຫຼືອກະສິກໍາມາຜະລິດຝຸ່ນອົງຄະທາດ ແລະເຜີຍແຜ່ສູ່ຊາວກະສິກອນໃນຂອບເຂດທົ່ວປະເທດ, ຊຸກຍູ້ສ້າງຄອບຄົວຊາວນາຕົວແບບໃນການປັບປຸງດິນນາ ຍົກສະມັດຕະພາບການຜະລິດ. ພ້ອມນີ້ ຍັງໄດ້ຜ່ານຮ່າງແຜນພັດທະນາ 5 ປີໃນຕໍ່ໜ້າ. ເພື່ອເຮັດໃຫ້ວຽກງານດໍາເນີນໃນຕໍ່ໜ້າກອງປະຊຸມໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່ ຊຶ່ງມີຜູ້ສະໝັກ 7 ສ/ຫ ເລືອກເອົາ 5 ສ/ຫ. ຜ່ານການປ່ອນບັດເລືອກຕັ້ງໄດ້ຄື: ສ/ຫ ປອ. ນິວົງ ສີປະເສີດ ເປັນເລຂາຄະນະພັກຮາກຖານ, ສ/ຫ ອະໂນລາດ ຈັນທະວົງສາ ເປັນຮອງເລຂາ, ສ/ຫ ທັດເທວາ ສະພັງທອງ ເປັນປະທານກວດກາ, ສ/ຫ ກອງແກ້ວ ພະຈອມພົນ ເປັນຮອງປະທານກວດກາ ແລະ ສ/ຫ ໄພທູນ ພິລະກອນ ເປັນຄະນະ. ໃນຕອນທ້າຍ ສ/ຫ ທອງພັດ ວົງມະນີ ຮອງເລຂາຄະນະພັກກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະພັກຮາກຖານຊຸດໃໝ່ຈົ່ງເອົາໃຈໃສ່ສຶກສາອົບຮົມນໍາພາການເມືອງແນວຄິດ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ອົງການຈັດຕັ້ງມະຫາຊົນ ໃຫ້ມີຄວາມຮັບຮູ້ເຂົ້າໃຈເລິກເຊິ່ງ, ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ເອົາໃຈໃສ່ປັບປຸງ, ກໍ່ສ້າງ ແລະ ຂະຫຍາຍພັກ ໃຫ້ປອດໃສເຂັ້ມແຂງ ແລະໜັກແໜ້ນ, ເອົາໃຈໃສ່ບໍາລຸງກໍ່ສ້າງພະນັກງານໃຫ້ມີລະດັບຄວາມຮູ້ດ້ານວິຊາສະເພາະ ແລະຍູ້ແຮງການສໍາຫຼວດ, ຄົ້ນຄວ້າ ວາງແຜນພັດທະນາທີ່ດິນກະສິກໍາ ໃນຂອບເຂດທົ່ວປະເທດ ແລະດໍາເນີນການປັກຫຼັກໝາຍເຂດດິນສະຫງວນໄວ້ ເພື່ອທໍາການຜະລິດ ໂດຍມີລະບຽບການຄຸ້ມຄອງນໍາໃຊ້ຢ່າງຮັດກຸມ.

