ຝຶກອົບຮົມພື້ນຖານການຜະລິດສື່ສິ່ງພິມ
ໃນວັນທີ 24 ເຖີງ 29 ສິງຫາ 2020, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມ ກ່ຽວກັບ “ພື້ນຖານ ການຜະລິດສື່ສີ່ງພິມ” ຂື້ນທີ່ຫ້ອງປະຊຸມ ໂຮງແຮມ ຄູນຊັບ ເມືອງ ແກ້ວອຸດົມ ແຂວງ ວຽງຈັນ ໂດຍການໃຫ້ກຽດເປັນປະທານ ຂອງ ທ່ານ ປອ ທັດເທວາ ສະພັງທອງ ຮອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ມີຊ່ຽວຊານທີມງານຄູຝຶກຈາກຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ຫົວໜ້າ, ຮອງຫົວໜ້າພະແນກ, ຄະນະສູນ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໜົດ 19 ທ່ານ ຍີງ 5 ທ່ານ. ຈຸດປະສົງຂອງການເຂົ້າຮ່ວມປະຊຸມໃນຄັ້ງນີ້ແມ່ນເພີ່ມເສີມສ້າງຄວາມເຂັ້ມແຂງໃນການສ້າງສີ່ງພິມໃຫ້ແກ່ພະນັກງານວິຊາກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ເປັນຕົ້ນແມ່ນຫຼັກການການຂຽນຂ່າວ, ສ້າງແຜ່ນພັບ, ປື້ມຄູ່ມື ລວມທັງຮູບແບບການຜະລິດສີ່ງພິມຕ່າງໆ ກ່ຽວກັບວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໃຫ້ໄດ້ເຜີຍແຜ່ອອກສູ່ສັງຄົມຢ່າງກ້ວາງຂວາງ ສຳລັບເອກະສານທີ່ນຳມາຝືກໃນຄັ້ງນີ້ມີ ຫຼັກການການຂຽນຂ່າວ ການອອກແບບໂຄງສ້າງປື້ມຄູ່ມື ແຜ່ນພັບ ໂປດສະເຕີຫຼັກການສຳຫຼັບການຖ່າຍພາບນີ້ງ ພາບວີດີໂອ ສ້າງຫົວຂໍ້ຫລາຍການ ແລະ ພື້ນຖານການພະລິດລາຍການໂທລະພາບ ການນຳໃຊ້ໂປແກຣມຕັດຕໍ່ ແລະ ຫຼັກການໃນການຕັດຕໍ່ພາບ ໃນໂອກາດດັ່ງກ່າວນີ້ ທ່ານ ປອ ທັດເທວາ ສະພັງທອງ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ໃຫ້ກຽດກ່າວເປີດພິທີ ພ້ອມທັງແນະນຳນັກສຳມະນາກອນເອົາໃຈໃສ່ໃນການຄົ້ນຄວ້າເອກະສານ ແລະ ແລກປ່ຽນບົດຮຽນຈາກຄູຝືກເພື່ອນຳເອົາບົດຮຽນດັ່ງກ່າວເອົາໄປນຳໃຊ້ໃນວຽກງານຕົວຈິງໃຫ້ໄດ້ຮັບຜົນດີ ສາມາດນຳໄປໃຊ້ໄດ້ໃນວຽກງານໃນຕໍ່່ໜ້າ. ໃນມື້ສຸດທ້າຍໃນການຝືກອົບຮົມໄດ້ມີການມອບໃບຢັ້ງຢືນໃຫ້ນັກສຳມະນາກອນຕ່າງໜ້າມອບ ໂດຍ ທຳມະຂັນ ສໍຊົມພູ ຫົວໜ້າພະແນກແຜນການ ແລະ ການຮ່ວມມື, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ.