Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

ກອງປະຊຸມແລກປ່ຽນບົດຮຽນ ແລະ ຄວາມຮູ້ທາງດ້ານວິຊາການ ຂອງ ຊປປລ ຮາກຖານກົມ ຄພດກ

ໃນວັນທີ 20 ພະຈິກ 2020 ທີ່ຜ່ານມາ, ຄະນະ ຊປປລ ຮາກຖານ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ຈັດກອງປະຊຸມແລກປ່ຽນຄວາມຮູ້ທາງດ້ານວິຊາການຂື້ນ, ທີ່ຫ້ອງປະຊຸມສູນສຳຫຼວດ ແລະ ວາງແຜນນຳໃຊ້ທີ່ດິນກະສິກຳ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ອະໂນລາດ ຈັນທະວົງສາ ຮອງເລຂາຄະນະພັກຮາກຖານ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແລະ ສະຫາຍ ທຳມະຂັນ ສໍຊົມພູ ຄະນະ ປະຈໍາ ຊປປລ ກະຊວງ ກປ, ມີຜູ້ຕາງໜ້າຈາກກຳມະບານ ແລະ ແມ່ຍິງ ຮາກຖານກົມ ຄພດກ ພ້ອມດ້ວຍສະມາຊິກຊາວໜຸ່ມທັງໝົດ ເຂົ້າຮ່ວມຈຳນວນ 44 ສະຫາຍ, ຍິງ 23 ສະຫາຍ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ແມ່ນເພື່ອ ແລກປ່ຽນຄວາມຮູ້ ແລະ ຄວາມເຂົ້າໃຈທາງດ້ານວິຊາການ ລະຫວ່າງແຕ່ລະພາກສ່ວນ ພາຍໃນກົມ ຄພດກ, ໃນນັ້ນຫົວຂໍ້ສໍາມະນາ ມີ 3 ຫົວຂໍ້: 1. ໜ່ວຍ ຊປປລ ສູນສຳຫຼວດ ແລະ ວາງແຜນນຳໃຊ້ທີ່ດິນກະສິກຳ ນໍາສະເໜີໂດຍ ສະຫາຍ ວຽງໄຊ ຢ່າຈູຕົວ, ການວາງແຜນນໍາໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ. 2. ໜ່ວຍ ສປປລ ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸນ ນໍາສະເໜີໂດຍ ສະຫາຍ ນາງ ນົນແສງ ທອງຈັນເພັງ, ການສ້າງ ວິຊາການດິນຂັ້ນບ້ານ (ໝໍດິນ). 3. ໜ່ວຍ ຊປປລ 03 ພະແນກ ນໍາສະເໜີໂດຍ ສະຫາຍ ນາງ ວິສຸດາ ແກ້ວນະຄອນ, ການເຮັດແຜ່ນພັບ ໂດຍໃຊ້ໂປຼແກຼມ Publisher. ຫລັງຈາກນັ້ນ ກໍ່ໄດ້ມີການສົນທະນາ ແລກປ່ຽນບົດຮຽນ, ແນວຄວາມຄິດ ຂອງ ສະມາຊິກ ຊປປລ ຈາກແຕ່ລະພາກສ່ວນ ເພື່ອເປັນບົດຮຽນ ໃນການຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ໃຫ້ຖືກຕ້ອງ. ຕອນທ້າຍ ປະທານ ໄດ້ໃຫ້ທິດຊີ້ນຳ ຕໍ່ ຊປປລ ຮາກຖານ ກົມ ໃຫ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານ, ເປີດກວ້າງການຊອກຮູ້ຮໍ່າຮຽນຝຶກຝົນຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດຂື້ນຕື່ມ, ຊອກຮູ້ຮໍ່າຮຽນຈາກຜູ້ທີ່ມີປະສົບການ ເພື່ອນໍາມາໝູນໃຊ້ເຂົ້າໃນວຽກງານຂອງຕົນ ໃຫ້ໄດ້ຮັບຜົນດີ, ນອກຈາກຈັດສຳມະນາພາຍໃນກົມແລ້ວ ກໍ່ຢາກໃຫ້ມີການຈັດສຳມະນາ ແລກປ່ຽນບົດຮຽນນຳຊາວໜຸ່ມຮາກຖານກົມອື່ນຕື່ມ ຫລື ຖ້າເປັນໄປໄດ້ ແມ່ນເດືອນລະຄັ້ງ, ໂດຍໃຫ້ຕິດພັນກັບບົດສະຫຼຸບການເມືອງ 5 ປີ ເພື່ອໃຫ້ສອດຄ່ອງ ຕາມແຜນການເຄື່ອນໄຫວວຽກງານຂອງກົມ. ພາຍຫຼັງກອງປະຊຸມສິ້ນສຸດລົງໃນຕອນບ່າຍກໍ່ໄດ້ມີການແຂ່ງຂັນກິລາ ຕີບານ ຂອງສະມາຊິກ ຊປປລ ຂອງ 3 ໜ່ວຍ ເພື່ອເປັນການສ້າງຂະບວນການຕ້ອນຮັບວັນຊາດ ທີ 2 ທັນວາ, ວັນດິນໂລກ ໃຫ້ມີຄວາມຟົດຟື້ນມ່ວນຊື່ນ.