Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

ກອງປະຊຸມ ຜ່ານ "ຮ່າງ" ຍຸດທະສາດ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ

ໃນຕອນເຊົ້າຂອງວັນທີ 15 ມີນາ 2023, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ໄດ້ຈັດກອງປະຊຸມ ປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ຮ່າງຍຸດທະສາດ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030 ແລະ ວິໄສທັດຮອດປີ 2040, ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງ ກປ, ນອກນີ້ ຍັງມີບັນ ດາທ່ານທີ່ກ່ຽວຂ້ອງ ຈໍານວນ 25 ທ່ານ, ເປັນຍິງ 7 ທ່ານ. ຈຸດປະສົງ ຂອງກອງປະຊຸມ ດັ່ງກ່າວແມ່ນ ເພື່ອປັບປຸງຮ່າງຍຸດທະສາດ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030 ແລະ ວິໄສທັດຮອດປີ 2040 ຕາມມະຕິຕົກລົງຂອງກອງປະຊຸມລັດຖະບານ ປະຈໍາເດືຶອນ ກັນຍາ 2022, ສະບັບເລກທີ່ 11/ລບ, ລົງວັນທີ່ 30 ກັນຍາ 2022. ຊື່ງໃນໄລຍະຜ່ານມາຂະແໜງ ກປ ໄດ້ໃຫ້ຄວາມສຳຄັນຕໍ່ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໂດຍໄດ້ກໍານົດເປັນໜຶ່ງໃນວຽກຈຸດສຸມ ເພື່ອສະໜັບສະໜູນຂະແໜງການ ທີ່ນອນຢູ່ໃນແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ເພື່ອມີເຂດການຜະລິດທີ່ຊັດເຈນ, ແກ້ໄຂບັນຫາການຈັບຈອງທີ່ດິນດັ່ງກ່າວ ທີ່ຖ່ວງດຶງການສົ່ງເສີມການຜະລິດໃນວົງກວ້າງ. ແຕ່ເນື່ອງຈາກ ສະພາບການຄຸ້ມຄອງ ແລະ ພັດທະນາ ທີ່ດິນກະສິກຳ ຢູ່ ສປປ ລາວ ໃນໄລຍະຜ່ານມາເຫັນວ່າ ຍັງບໍ່ທັນເປັນລະບົບ, ບໍ່ມີຄວາມເປັນເອກະພາບກັນທັງສູນກາງ ແລະ ທ້ອງຖິ່ນ, ບໍ່ທັນສຳເລັດການສ້າງ ແລະ ປັບປຸງນິຕິກຳທີ່ຈຳເປັນ ກ່ຽວກັບການຄຸ້ມຄອງທີ່ດິນກະສິກຳ, ການຫັນທີ່ດິນເປັນທຶນ ຍັງຂາດນິຕິກໍາຄຸ້ມຄອງທີ່ດີ, ການອະນຸມັດໃຫ້ເຊົ່າ ແລະ ສຳປະທານທີ່ດິນ ບໍ່ທັນເປັນລະບົບ ຮັດກຸມ, ຜູ້ປະກອບການເຊົ່າ ແລະ ສໍາປະທານ ບໍ່ປະຕິບັດຕາມສັນຍາ ແລະ ລະບຽບກົດໝາຍທີ່ກໍານົດໄວ້, ເຮັດໃຫ້ລັດເສຍຜົນປະໂຫຍດ ບໍ່ໄດ້ຮັບຄ່າຕອບແທນ ຕາມທີ່ຕົກລົງກັນໄວ້. ເພື່ອເພີ່ມທະວີວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໃນໄລຍະໃໝ່ ເຮັດໃຫ້ທຸກພາກສ່ວນ ມີສ່ວນຮ່ວມໃນການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໂດຍມີວິທີການ, ຫຼັກການ, ນະໂຍບາຍ, ມາດຕະການ, ລະບຽບກົດໝາຍ ແລະ ກົນໄກ ໃຫ້ເໝາະສົມກັບສະພາບ, ຈຸດພິເສດ, ເງື່ອນໄຂ ແລະ ທ່າແຮງບົ່ມຊ້ອນຂອງແຕ່ລະທ້ອງຖິ່ນ ໃຫ້ມີປະສິດທິພາບ,ມີຄວາມຍືນຍົງ ແລະ ເປັນມິດຕໍ່ສິງແວດລ້ອມ ຈື່ງມີຄວາມຈຳເປັນ ສ້າງຍຸດທະສາດດັ່ງກ່າວ. ເຊິ່ງກອງປະຊຸມ ໄດ້ເປີດປະເດັນປຶກສາຫາລືກັນ ແລະ ເປັນເອກະພາບກັນ ຢູ່ 5 ເນື້ອໃນຫລັກ ຕາມມະຕິຕົກລົງຂອງກອງປະຊຸມ, ດັ່ງລາຍລະອຽດລຸ່ມນີ້: 1. ຕື່ມນິຍາມ ທີ່ດິນກະສິກໍາເຂົ້າ ຕາມມະຕິຕົກລົງຂອງກອງປະຊຸມລັດຖະບານ ປະຈໍາເດືຶອນກັນຍາ 2022. 2. ໄດ້ກວດຄືນ ເຫດຜົນ ບັນຫາ ຄວາມຈໍາເປັນໃນການຮ່າງຍຸດທະສາດ ເຊິ່ງໄດ້ລະບຸໄວ້ໃນພາກທີ່ II ຕີລາຄາສະພາບການຈັດຕັ້ງປະຕິບັດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາໃນໄລຍະຜ່ານມາ, ຂໍ້ 2.5 ສະພາບແວດລ້ອມທີ່ເອື້ອອໍານວຍ ແລະ ສິ່ງທ້າທາຍ ເຊິ່ງສາມາດໄຈ້ແຍກອອກເປັນ 5 ສິ່ງທ້າທາຍຄື: 1) ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ຍັງບໍ່ທັນເປັນລະບົບ. 2) ການສໍາຫລວດວາງແຜນການນໍາໃຊ້ທີ່ດິນກະສິກໍາ ລະດັບຕ່າງໆ ຍັງບໍ່ທັນສໍາເລັດ ແລະ ອັນທີ່ສໍາເລັດແລ້ວ ຍັງບໍ່ທັນເຜີຍແຜ່ໃຫ້ຂັ້ນທ້ອງຖິ່ນຮັບຊາບເທື່ອ. 3) ການສ້າງນິຕິກໍາທີ່ຈໍາເປັນຕໍ່ການຄຸ້ມຄອງທີ່ດິນກະສິກໍາຍັງບໍ່ທັນສໍາເລັດ. 4) ການຄຸ້ມຄອງ ການເຊົ່າ ແລະ ສໍາປະທານທີ່ດິນກະສິກໍາ ຍັງບໍ່ທັນຮັດກຸມ. 5) ການພັດທະນາທີ່ດິນກະສິກໍາ ຍັງບໍ່ທັນກ້າວໄກ ແລະ ທົ່ວເຖິງ. 3. ໄດ້ປັບປຸງ ທິດນໍາ ທີ່ນອນໃນພາກທີ III ທິດນໍາ, ວິໄສທັດ, ເປົ້າຫມາຍ ແລະ ກອບຍຸດທະສາດ, ຂໍ້ 3.1. ທິດນໍາ ໂດຍໄດ້ສັງລວມເອົາບັນດາເນື້ອໃນເອກະສານທີ່ໄດ້ລະບຸເປັນລາຍການເອກະສານໄວ້ໃນຂໍ້ດັ່ງກ່າວ ໃນເມື່ອກ່ອນ ມາຄັດຈ້ອນ ສັງລວມເອົາແຕ່ເນື້ອໃນທີ່ຕອບໃຫ້ແກ່ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ. 4. ໄດ້ປັບປຸງວິໄສທັດ ຄືນ ແລະ ຕົກລົງເອົາ “ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ”. 5. ກວດຄືນ ແລະ ປັບປຸງເນື້ອໃນ ທີ່ນອນໃນພາກທີ່ IV ບັນດາແຜນງານ ໃຫ້ມັນສອດຄ່ອງ ແລະ ເປັນໄປໃນລວງດຽວກັນກັບ ນິຍາມ, ສິ່ງທ້າທ້າຍ ແລະ ວິໄສທັດ. ໂດຍສະເພາະແມ່ນໄດ້ປັບປຸງຈຸດປະສົງ, ຫນ້າວຽກທີ່ຈະສຸມໃສ່ ແລະ ລາຍຊື່ໂຄງການ ໃຫ້ມັນແທດເຫມາະ ແລະ ແກ້ບັນຫາ, ສິ່ງທ້າທ້າຍທີ່ໄດ້ກໍານົດໄວ້ໃນເບື້ອງຕົ້ນ ແລະ ສອດຮັບກັບວິທີການຈັດຕັ້ງປະຕິບັດ ຮ່ວມກັບບັນດາກົມ, ສະຖາບັນ ທີ່ກ່ຽວຂ້ອງ ທັງພາຍໃນຂະແຫນງການ ກະສິກໍາ ແລະ ປ່າໄມ້ ແລະ ຂະແຫນງການທີ່ປີ່ນອ້ອມຕ່າງໆ ເຊັ່ນ: ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ພະລັກງງານ ແລະ ບໍ່ແຮ່, ໂຍທາທິການ ແລະ ຂົນສົ່ງ ແລະ ອື່ນໆ.