Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

ຄົ້ນຄວ້າຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງໂຮງງານຜະລິດຝຸ່ນ

ໃນຕອນເຊົ້າຂອງ ວັນທີ 30 ພະຈິກ 2022 ເວລາ 8:30 ທີ່ຫ້ອງປະຊຸມ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໄດ້ເປີດກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ “ຮ່າງ”ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງໂຮງງານຜະລິດຝຸ່ນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ກິແກ້ວ ສີງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຜູ້ຊີ້ນໍາວຽກງານຂອງກົມ, ເຊິ່ງມີຜູ້ເຂົ້າຮ່ວມ ຕາງໜ້າຈາກ ກົມປຸກຝັງ, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກົມລ້ຽງສັດ ແລະ ການປະມົງ, ຫ້ອງການກະຊວງ, ສະຖາບັນນິເວດ ວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ທ່ານຫົວໜ້າ/ຮອງພະແນກ, ທ່ານຫົວໜ້າ/ຮອງສູນ ແລະ ຄະນະຮັບຜິດຊອບ ໃນການກະກຽມຮ່າງຂໍ້ຕົກລົງ ສະບັບດັ່ງກ່າວ ພາຍໃນກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ລວມທັງໝົດ 23 ທ່ານ, ຍິງ 4 ທ່ານ. ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລື ປະກອບຄໍາຄິດເຫັນ ແລະ ຄວາມເປັນເອກະພາບ ທາງດ້ານໂຄງຮ່າງ ແລະ ເນື້ອໃນຂອງຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງໂຮງງານຜະລິດຝຸ່ນ, ກອງປະຊຸມໄດ້ຮັບຟັງການນໍາສະເໜີລາຍງານກ່ຽວກັບ ສະພາບການ ສ້າງຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງໂຮງງານຜະລິດຝຸ່ນ ໃນໄລຍະຜ່ານມາ ຈາກຄະນະຮັບຜິດຊອບພາຍໃນກົມ, ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄໍາຄິດເຫັນແລກປ່ຽນ ຢ່າງກົງໄປກົງມາ ແລະ ສະເໜີ ໃຫ້ຄະນະຮັບຜິດຊອບ ພິຈາລະນາ ຄົ້ນຄວ້າປັບປຸງຄືນທາງດ້ານເນື້ອໃນ ບາງມາດຕາ ໃຫ້ຄະນະຮັບຜິດຊອບ ໃນການຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງໂຮງງານຜະລິດຝຸ່ນ ນຳໄປຄົ້ນຄວ້າ ແລະ ປັບປຸງຕາມຄຳເຫັນ ຂອງກອງປະຊຸມໃນມື້ນີ້ ແລະ ປະສານສົມທົບກັບກົມປູກຝັງຕື່ມ.
ໃນເວລາປັບປຸງຄືນ ໃຫ້ສອດຄ່ອງກັບ ກົດໝາຍວ່າດ້ວຍ ອຸດສະຫະກຳປຸ່ງແຕ່ງ, ໃຫ້ນຳເອົາຮ່າງດໍາລັດຝຸ່ນທີ່ກຳລັງສະເໜີລັດຖະບານ ປັບໃສ່ຮ່າງຂໍ້ຕົກລົງສະບັບນີ້ ໃຫ້ມີເນື້ອໃນ ແລະ ມີຄວາມສອດຄ່ອງກັນ ພ້ອມທັງເບີ່ງຂໍ້ຕົກລົງ ໂຮງງານປຸງແຕ່ງພືດ ທີ່ໄດ້ຮັບການອະນຸມັດແລ້ວ ແລະ ປັບປຸງໄປຕາມໂຄງຮ່າງ ດັ່ງກ່າວນັ້ນ ເພາະຫຼາຍໝວດ ແລະ ຫຼາຍມາດຕາ ແມ່ນໄດ້ກຳນົດຄືກັນ, ການແບ່ງຂັ້ນຄຸ້ມຄອງ ລະຫວ່າງສອງກົມຄື ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ແລະ ກົມປູກຝັງ ແມ່ນປະສານສົມທົບກັນຄືນຕື່ມ ເພື່ອກຳນົດ ແລະ ແບ່ງຄວາມຮັບຜິດຊອບ ໃນການຄຸ້ມຄອງໂຮງງານຜະລິດຝຸ່ນ ໃຫ້ຈະແຈ້ງ ມີຄວາມເປັນເອກະພາບ, ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງໂຮງງານຜະລິດຝຸ່ນ ແມ່ນໃຫ້ສໍາເລັດ ພ້ອມລົງລາຍເຊັນ ໃນທ້າຍປີ 2022 ນີ້ ເພື່ອນຳໄປເຜີຍແຜ່ ໃນກອງປະຊຸມກະສິກຳ ແລະ ປ່າໄມ້ ທົ່ວປະເທດ ໃນຕົ້ນປີ 2023 ທີ່ຈະມາເຖີງນີ້.