
ສ້າງຄວາມເຂັ້ມແຂງດ້ານ GIS ແລະ ແຜນທີ່.
ໃນລະຫວ່າງ ວັນທີ 21-25 ພະຈິກ 2023 ສູນສຳຫຼວດ ແລະ ວາງແຜນນຳໃຊ້ທີ່ດິນກະສິກຳ, ໄດ້ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານວິຊາການ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຢູ່ແຂວງອຸດົມໄຊ ກ່ຽວກັບ ການນຳໃຊ້ GIS ແລະ ແຜນທີ່ຂັ້ນພື້ນຖານ. ໃນການຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 15 ທ່ານ ຈາກ ຂະແໜງການອ້ອມຂ້າງພະແນກກະສິກຳ ແລະ ປ່າໄມ້ 5 ທ່ານ ແລະ ມາຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ 10 ທ່ານ, ເພດຍິງກວມເຖິງ 27% ແລະ ຊາຍ 73% ຜ່ານການຝຶກອົບຮົມເຫັນວ່າມີ 9 ທ່ານສາມາດປະຕິບັດ ແລະ ຖ່າຍທອດໄດ້ ແລະ 6 ທ່ານແມ່ນສາມາດປະຕິບັດໄດ້. ພາບຂ່າວ ທ. ປັນຍາສຸກ ແກ້ວລືໄຊ ສູນສຳຫຼວດ ແລະ ວາງແຜນນຳໃຊ້ທີ່ດິນກະສິກຳ.

