Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

ຫາລື ການສ້າງຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຄຸ້ມຄອງດິນນາ

ຫາລື ການສ້າງ ຮ່າງ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ວ່າດວ້ຍການຄຸ້ມຄອງດິນນາໄດ້ມີການຄົ້ນຄ້ວາຕໍ່ ກັບໂຄງຮ່າງເນື້ອໃນ ແຕ່ລະໝວດ,ມາດຕາ ແລະ ໄດ້ເປີດກວ້າງຜູ້ເຂົ້າຮ່ວມມີການປຶກສາຫາລືຄົ້ນຄ້ວາ,ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນ ບົດຮຽນຢ່າງກົງໄປກົງມາ ຊື່ງກອງປະຊຸມແມ່ນເຫັນດີ ໃຫ້ມີການປັບປຸງຄືນບາງດ້ານໃນໂຄງຮ່າງ ບາງໝວດ, ບາງມາດຕາ ທີ່ເຫັນວ່າຍັງບໍ່ສອດຄ່ອງ ແລະ ຄົບຖວ້ນ