
ສ້າງຄວາມເຂັ້ມແຂງໃຫ້ພະນັກງານວິຊາການ ໃນການຄຸ້ມຄອງເວັບໄຊ ແລະ ລະບົບຖານຂໍ້ມູນ
ໃນລະຫວ່າງວັນທີ 19-20 ກັນຍາ 2023, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໄດ້ຈັດຝຶກອົບຮົມ ກ່ຽວກັບ “ການຄຸ້ມຄອງເວັບໄຊ ແລະ ລະບົບຖານຂໍ້ມູນ ຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ” ຂື້ນທີ່ຫ້ອງປະຊຸມ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ. ໂດຍການໃຫ້ກຽດເປັນປະທານ ຂອງ ທ່ານ ປອ ນິວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຊື່ງມີທີມງານຄູຝຶກຈາກກົມຈັດຕັ້ງແລະ ພະນັກງານ ພ້ອມດ້ວຍ ຄະນະກົມ, ຫົວໜ້າ, ຮອງຫົວໜ້າພະແນກ, ຄະນະສູນ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໜົດ 25 ທ່ານ ຍີງ 11 ທ່ານ. ເຊີ່ງການຝຶກອົບຮົມໃນຄັ້ງນີ້ ໃຊ້ເວລາ 2 ວັນເຕັມ. ຈຸດປະສົງ: ເພື່ອເພີ່ມເສີມສ້າງຄວາມເຂັ້ມແຂງໃນການ ຄຸ້ມຄອງຂໍ້ມູນທີ່ດິນກະສິກໍາ ດ້ວຍລະບົບຖານຂໍ້ມູນ ແລະ ລະບົບເວັບໄຊ ໃຫ້ແກ່ພະນັກງານວິຊາກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ. ມື້ທີ່ 1: ແມ່ນການຝຶກອົບຮົມ ການຄຸ້ມຄອງເວບໄຊ ເປັນຕົ້ນແມ່ນ ການອັບໂຫລດຂໍ້ມູນເອກະສານ, ສື່ສີ່ງພີມ, ບົດລາຍງານ ລົງເວບໄຊ, ອັບໂຫລດລີ້ງເວບໄຊ ທີ່ກ່ຽວຂ້ອງ ປະກອບມີ ລີ້ງເວບໄຊ ບັນດາຖານຂໍ້ມູນ, ໂຄງການຮ່ວມມື ທີ່ຕິດພັນກັບກົມ ແລະ ການນໍາໃຊ້ລະບົບຖານຂໍ້ມູນ. ມື້ທີ່ 2: ສືບຕໍ່ອັບໂຫລດແບບຟອມ ການຝຶກອົບຮົມ ລົງເວບໄຊ ພ້ອມທັງໃຫ້ນັກສໍາມະນາກອນ ຈັດຕັ້ງປະຕິບັດຕົວຈິງ ອັບໂຫລດຂໍ້ມູນລົງໃນຖານຂໍ້ມູນຄຸ້ມຄອງເອກະສານ ເປັນຕົ້ນແມ່ນການບັນທຶກສໍາເນົາເອກະສານ, ວິທີການຄົ້ນຫາເອກະສານ, ຖານຂໍ້ມູນບຸກຄະລາກອນ, ຖານຂໍ້ມູນເອກະສານ ແລະ ຖານຂໍ້ມູນໂຮງງານຝຸ່ນ. ຜ່ານການຝຶກອົບຮົມໃນຄັ້ງນີ້ ເຫັນໄດ້ວ່າ ນັກສໍາມະນາກອນ ແຕ່ລະທ່ານ ແມ່ນໄດ້ເອົາໃຈໃສ່ດີພໍສົມຄວນ ມີຄວາມເຂົ້າໃຈຫລາຍຂື້ນ ກ່ຽວກັບວຽກງານດັ່ງກ່າວ ສາມາດນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ໃຫ້ໄດ້ຮັບຜົນດີ, ພ້ອມດຽວກັນນັ້ນ ກໍ່ມີການຈັດເກັບເອກະສານທີ່ເປັນລະບົບ ມີຄວາມປອດໄພ ສາມາດຊອກຄົ້ນໄດ້ງ່າຍ. ການເຜີຍແຜ່ຂໍ້ມູນຕ່າງໆ ທາງເວບໄຊ ມີຄວາມວ່ອງ ແລະ ທັນສະໄໝຫລາຍຂື້ນ ທ່ວງທັນກັບສະພາບການໃນປະຈຸບັນ.

