Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

ພິທີມອບ-ຮັບ ຫໍພິພິຕະພັນດິນ ແລະ ຂໍ້ມູນຂ່າວສານທີ່ດິນກະສິກຳ

ໃນຕອຍບ່າຍ ວັນພຸດ, ວັນທີ່ 24 ຕຸລາ 2023 ທີຫ້ອງປະຊຸມ ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກໍາ ໄດ້ມີພິທີມອບ-ຮັບ ຫໍພິພິຕະພັນດິນ ແລະ ຂໍ້ມູນຂ່າວສານທີ່ດິນກະສິກຳ ລະຫ່ວາງ ບໍລິສັດ ເຮືອງຈະເລີນ ກໍ່ສ້າງຄົບວົງຈອນຈຳ ກັດຜູ້ດຽວ ກັບ ໂຄງການ ພັດທະນາພື້ນຖານໂຄງລາງດ້ານກະສິກຳຮ່ວມມືລາວ – ຮົງກາລີ ( ກົມລ້ຽງສັດ ແລະ ການປະມົງ ), ໂຄງການພັດທະນາພື້ນຖານໂຄງລາງດ້ານກະສິ ກຳຮ່ວມມືລາວ – ຮົງກາລີ (ກົມລ້ຽງສັດ ແລະ ການປະມົງ ) ກັບ ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກໍາ. ເຊີ່ງໃນພິທີດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ກິແກ້ວ ສີງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້. ໃຫ້ກຽດໃນການມອບ – ຮັບ ໂດຍທ່ານຫົວໜ້າກົມ ແລະ ປະທານບໍລິ ສັດ ເຮື່ອງຈະເລີນ ປະທານ ບໍລິສັດ ເຮືອງຈະເລີນ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ, ທ່ານ ປອ ກາວີພອນ ພຸດທະວົງ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ແລະ ທ່ານ ປອ ນີວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກຳ. ນອກຈາກນັ້ນ, ກໍ່ຍັງມີບັນດາແຂກຖືກເຊີນຈາກ ກົມກວດກາ, ກົມແຜນການ ແລະ ການຮ່ວມມື, ຫ້ອງການກະຊວງ, ບໍລິສັດ ວີຕ້າຟອດອາໂກຣເອເຊຍ ຮ່ວມມືລາວ – ຮົງກາລີ, ຄະນະພະແນກ, ຄະນະສູນ ພ້ອມດ້ວຍພະນັກງານວິຊາການ ທີ່ກ່ຽວຂ້ອງ ອ້ອມຂ້າງກົມ ເຂົ້າຮ່ວມ 35 ທ່ານ. ບໍລິສັດ ເຮືອງຈະເລີນ ກໍ່ສ້າງຄົບວົງຈອນຈຳກັດຜູ້ດຽວ ໃນນາມຜູ້ຮັບເໝົາກໍ່ສ້າງ ແມ່ນເລີ້ມກໍ່ສ້າງແຕ່ວັນທີ່ 25 ມີນາ 2023 ຈົນຮອດ ວັນທີ 25 ສິງຫາ 2023 ແມ່ນສໍາເລັດ 100%, ໃຊ້ເວລາໃນການກໍ່ສ້າງ – ສ້ອມແປງທັງໝົດ 22 ອາທິດ, ໂດຍອາຄານປະກອບມີ: ຕຶກອາຄານ 2 ຊັ້ນ ຈຳນວນ 1 ຫຼັງ, ມູນຄ່າ 149,617 ໂດລາສະຫະລັດ. ມີລະບົບໄຟຟ້າ, ນໍ້າປະປາ ຄົບຊຸດ ແລະ ສາມາດນໍາໃຊ້ໄດ້ ແລະ ມອບໃຫ້ກົມ ຄຸ້ມຄອງ ແລະ ພັດທະນາທີດິນກະສິກຳ ເປັນຜູ້ຄຸ້ມຄອງ ແລະ ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.